ຂີດໝາຍປະຫວັດສາດໃນສາຍພົວພັນ ຫວຽດນາມ-ກຳປູເຈຍ

ຂີດໝາຍປະຫວັດສາດໃນສາຍພົວພັນ ຫວຽດນາມ-ກຳປູເຈຍ.

ການຢ້ຽມຢາມທາງລັດຖະກິດ ລາຊະອານາຈັກ ກຳປູເຈຍ ແຕ່ ວັນທີ 20-22 ກໍລະກົດ 2017 ຂອງສະຫາຍ ຫງວຽນຝູ໋ຈ້ອງ, ເລ ຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ເປັນຂີດໝາຍແຫ່ງ ປະຫວັດສາດໃນສາຍພົວພັນການທູດລະຫວ່າງສອງປະເທດ, ທັງເປັນໂອກາດທີ່ດີເພື່ອໃຫ້ສອງຝ່າຍຫວນຄືນປະຫວັດສາດ ຂອງ ສາຍພົວພັນລະຫວ່າງສອງປະເທດໃນ 50 ປີຜ່ານມາ.
ໃນການຢ້ຽມຢາມ ກຳປູເຈຍ ເປັນເວລາ 3 ວັນ, ສະຫາຍເລຂາ ທິການໃຫຍ່ ຫງວຽນຝູ໋ຈ້ອງ ໄດ້ທຳການພົບປະ ແລະ ເຮັດວຽກ 22 ຄັ້ງຢ່າງມີປະສິດທິຜົນ. ສະຫາຍເລຂາທິການໃຫຍ່ ໄດ້ທຳ ການພົບປະເຈລະຈາກັບ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມູນີ ພະມະຫາກະສັດແຫ່ງ ລາຊະອານາຈັກ ກໍາປູເຈຍ, ພົບປະແລກປ່ຽນຄຳຄິດຄຳເຫັນກັບ ພະລາຊະມານດາ ໂນໂຣດົມ ໂມນີນຽດ ສີຫານຸກ ຂອງ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມູນີ ແລະ ບັນດາຜູ້ນຳຂອງ ສະພາສູງ, ສະພາແຫ່ງຊາດ, ລັດຖະບານ ກຳປູເຈຍ.  ການພົບປະ ເຈລະຈາ, ແລກປ່ຽນຄຳຄິດຄຳເຫັນ ມີຂຶ້ນຍ່າງກົງໄປກົງມາ, ເລິກເຊິ່ງ ແລະ ແທດເໝາະຕົວຈິງ. 
ໃນສະພາບການປະຈຸບັນ, ບົນພື້ນຖານຂອງການຮ່ວມມືຢ່າງ ແໜ້ນແຟ້ນ ແລະ ເລິກເຊິ່ງ ຕະຫຼອດໄລຍະເວລາ 50 ປີ ຜ່ານມາ, ສອງຝ່າຍໄດ້ຕົກລົງ ໃນການຊຸກຍູ້ຢ່າງແຂງແຮງ ສາຍພົວພັນ ຫວຽດນາມ-ກຳປູເຈຍ, ຍົກການພົວພັນຂຶ້ນສູ້ລະດັບສູງໃໝ່, ເພີ່ມທະວີຄວາມເຊື່ອຖື, ເອົາບັນດາຂົງເຂດການຮ່ວມມືເຂົ້າສູ່ ລວງເລິກ, ແທດເໝາະກັບຕົວຈິງ ແລະ ມີປະສິດທິຜົນ. ເຖິງຈະຢູ່ ໃນສະຖານະການໃດກໍ່ຕາມ, ຫວຽດນາມ ແລະ ກຳປູເຈຍ ຕ້ອງ ເປັນເພື່ອນບ້ານທີ່ດີ, ມີຄວາມຊື່ສັດ, ບໍລິສຸດຜຸດຜ່ອງ, ສະໜິດ ຕິດພັນຢ່າງແໜ້ນແຟ້ນ, ຮ່ວມມືຮອບດ້ານ, ມີປະສິດທິພາບ ແລະ ຕົວຈິງ.

ເນື່ອງໃນໂອກາດນີ້, ລັດຖະມົນຕີກະຊວງການຕ່າງປະເທດ ຂອງ ສອງປະເທດ ໄດ້ເຊັນຖະແຫຼງການຮ່ວມວ່າດ້ວຍເພີ່ມທະວີສາຍ  ພັນມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ພາຍໃຕ້ການເປັນສັກຂີພິຍານ ຂອງ ສະຫາຍ ເລ ຂາທິການໃຫຍ່ ຫງວຽນຝູ໋ຈ້ອງ, ສົມ​ເດັດ ອັກຄະມະຫາ​ເສນາ​ບໍດີ ​​ເຕ​ໂຈ​ ຮຸນ​ແຊນ, ນາຍົກລັດຖະມົນຕີ ແຫ່ງລາຊະ​ອານາ​ຈັກ ກຳປູ​ເຈຍ ແລະ ການນຳສອງປະເທດ. ອາດເວົ້າໄດ້ວ່າ ນີ້ແມ່ນ ຖະແຫຼງການຮ່ວມກ່ຽວກັບການພົວພັນຂອງ ສອງປະເທດ ໃນໄລຍະໃໝ່. ຖະແຫຼງການດັ່ງກ່າວ ໄດ້ຕີລາຄາຢ່າງເລິກເຊິ່ງ ກ່ຽວກັບສາຍພົວພັນຂອງສອງປະເທດໃນ 50 ປີຜ່ານມາ; ແນໃສ່ຢ່າງຮອບດ້ານ ບັນດາຂໍ້ກຳນົດທິດທາງ ໃຫ້ແກ່ການ ພົວພັນຂອງສອງປະເທດ ໃນອະນາຄົດ ໃນທຸກໆ ຂົງເຂດ ວຽກງານ; ກຳນົດທິດການ ແກ້ໄຂບັນຫາ ຈຳນວນໜຶ່ງ ທີ່ຍັງຄົງຕົວ ໃນການພົວພັນລະຫວ່າງສອງປະເທດ; ເປັນເອກະພາບກ່ຽວກັບບັນຫາສາກົນ ແລະ ພາກພື້ນ.

Nhận xét