ຫວຽດນາມ ຊຸກຍູ້ການຮ່ວມມືຮອບດ້ານກັບ ລາຊະອານາຈັກ ກຳປູເຈຍ ແລະ ສປປ ລາວ

ຫວຽດນາມ ຊຸກຍູ້ການຮ່ວມມືຮອບດ້ານກັບ ລາຊະອານາຈັກ ກຳປູເຈຍ ແລະ ສປປ ລາວ.

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ຫາກໍ່ສິ້ນສຸດການຢ້ຽມຢາມຢ່າງເປັນທາງການ ລາຊະອານາຈັກ ກຳປູເຈຍ (24-25/4) ແລະ ສປປ ລາວ (26-27/4).
ຜ່ານການພົບປະເຈລະຈາ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະ ມົນຕີແຫ່ງ ສສ ຫວຽດນາມ ໄດ້ມີການແລກປ່ຽນ ຄຳຄິດຄຳ ເຫັນ ຢ່າງກົງໄປກົງມາ ກັບ ສົມເດັດ ເຕໂຊ ຮຸນແຊນ ນາຍົກລັດຖະມົນ ຕີ ແຫ່ງລາຊະອານາຈັກ ກຳປູເຈຍ ແລະ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກ່ຽວກັບ ຫຼາຍ ບັນຫາຄື: ບັນຫາຢູ່ທະເລຕາເວັນອອກ, ບັນຫາຊາວ ຫວຽດນາມ ອາໄສຢູ່ ກຳປູເຈຍ ແລະ ລາວ, ພິເສດແມ່ນການຍົກສູງ ປະສິດທິພາບ ການ ຮ່ວມມືດ້ານເສດຖະກິດ, ການສຶກສາລະຫວ່າງ ຫວຽດນາມ ແລະ ສອງ ປະເທດ ຢ່າງມີປະສິດທິພາບ. 
ບົນພື້ນຖານດັ່ງກ່າວນັ້ນ, ສອງຝ່າຍໄດ້ສະເໜີ ບັນດາການກຳ ນົດທິດ ແລະ ວິທີແກ້ໄຂຕົວຈິງ ເພື່ອຊຸກຍູ້ການຮ່ວມມື, ແກ້ ໄຂ ບັນດາຂໍ້ຄົງຄ້າງ ຢ່າງກົງໄປກົງມາ. ເພາະສະນັ້ນ ນອກ ຈາກບັນ ດາການກຳນົດທິດຍຸດທະສາດ, ການຢ້ຽມຢາມ ສອງປະເທດ ຂອງ ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນຄັ້ງນີ້ ປະສົບ ຜົນສຳເລັດຢ່າງຈົບງາມ, ໄດ້ລົງນາມເອກະສານຄວາມຮ່ວມມື 13 ສະບັບ ໃນຂົງເຂດຄື: ການຄົມມະນາຄົມ-ຂົນສົ່ງ, ການຄ້າ, ການສຶກສາ ແລະ ບຳລຸງສ້າງ, ການອອກແຮງງານ, ພະລັງງານ, ກະສິກຳ, ສິນໃນນ້ຳ ແລະ ການຮ່ວມມືລະຫວ່າງ ບັນດາທ້ອງຖິ່ນ.


 ອາດສາມາດເວົ້າໄດ້ວ່າ ການຢ້ຽມຢາມ 2 ປະເທດໃນຄັ້ງນີ້ ຂອງ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສ້າງກຳລັງແຮງໃໝ່ເພື່ອຊຸກຍູ້ການພົວພັນຂອງ ຫວຽດນາມ ກັບ 2 ປະເທດ ຢ່່າງມີ ປະສິດທິພາບກວ່າເກົ່າ, ປະກອບສ່ວນເຂົ້າໃນການປົກປັກ ຮັກ ສາສັນຕິພາບ, ຄວາມສະຫງົບ, ຄວາມໝັ້ນຄົງ ແລະ ການພັດ ທະນາໃນພາກພື້ນ ແລະ ໃນໂລກອີກດ້ວຍ
.

Nhận xét