ທີ່ມາຂອງຄຳວ່າ :"ເຊໂນ (SENO)"

ທີ່ມາຂອງຄຳວ່າ :"ເຊໂນ (SENO)"
"ເຊໂນ" ຄື ຈຸດທີ່ຕັ້ງເມືອງອຸທຸມພອນ ແຂວງສະຫວັນນະເຂຕ ແລະ ເປັນຈຸດແບ່ງເສັ້ນທາງ 13ເໜືອ-ໃຕ້ ແລະ ເສັ້ນທາງເລກ 9. ສະນັ້ນ ເຊໂນ ຈຶ່ງຖືກຮຽກຊື່ "ຂອງທິດທັງສີ່ " ຕາມພາສາຝຣັ່ງ ຄື S = Sud, E = East, N = Nord, O = Ouest (SENO) (ເບິ່ງແຜນທີ່ມູມສູງຈະເຫັນຈຸດຕັດແບ່ງ).
ນອກຈາກນີ້ "ເຊໂນ" ຍັງເປັນຈຸດຜ່ານທີ່ສຳຄັນຂອງແລວເສດຖະກິດຕາເວັນອອກ - ຕາເວັນຕົກ (East-West Economic Corridor) ຕາມເສັ້ນທາງເລກທີ 9 ຈາກທ່າເຮືອນໍ້າເລິກທະວາຍ(ພະມ້າ) ຜ່ານໄທ ຜ່ານລາວ ອອກສູ່ທ່າເຮືອນໍ້າເລິກດານັງ (ຫວຽດນາມ).
ດັ່ງນັ້ນ ຈຶ່ງບໍ່ອັດສະຈັນໃຈເມື່ອໄດ້ຍິນຄຳເວົ້າວ່າ: "ເຊໂນ ບໍ່ມີນໍ້າ" ເພາະຄວາມຈິງແລ້ວເຊໂນ ບໍ່ແມ່ນຊື່ຂອງ"ແມ່ນໍ້າ" ແຕ່ເປັນຊື່ຂອງເສັ້ນທາງທີ່ແບ່ງໄປຕາມທິດທັງສີ່ ນອກຈາກຈະເປັນຈຸດຍຸທະສາດອັນສຳຄັນແລ້ວ ເຊໂນ ຍັງເຄີຍເປັນສູນບັນຊາການກອງທັບອາກາດ (Air Forces), ຄ້າຍທະຫານ ແລະເດິ່ນຍົນໃນສະໄຫມພຣະຣາຊນາຈັກລາວ ແຕ່ປີ 1948-1975 ພາຍຫຼັງການປົດປ່ອຍແລ້ວ ຖານທັບເກົ່າຢູ່ເຊໂນ ຍັງຖືກນຳໃຊ້ເປັນເຂດທີ່ຕັ້ງຂອງກອງທັບ ປະຊາຊົນປະຕິວັດລາວ (ກອງພົນທີ 4) ໃນປັຈຈຸບັນ.

Nhận xét