ຍົກສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ໄທ ຂຶ້ນສູ່ລະດັບສູງໃໝ່

ຍົກສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ໄທ ຂຶ້ນສູ່ລະດັບສູງໃໝ່

ການຢ້ຽມຢາມລາຊະອານາຈັກ ໄທ (ແຕ່ວັນທີ 17-19 ສິງຫາ2017) ຂອງ ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດ ນາມ ຕາມຄຳເຊື້ອເຊີນຂອງທ່ານ ປຣາຢຸດ ຈັນໂອຊາ, ນາ ຍົກລັດ ຖະມົນຕີແຫ່ງລາຊະອານາຈັກໄທ ໄດ້ຮັບການຕີລາຄາວ່າ ປະສົບ ສຳເລັດ ໃນ 3 ທາງດ້ານ ຄື ການພົວພັນ ລະຫວ່າງປະເທດ, ສົ່ງເສີມ ການລົງທຶນ ແລະ ການທູດປະຊາຊົນ. 
ໃນດ້ານພົວພັນລະຫວ່າງປະເທດ, ທ່ານນາຍົກລັດຖະມົນຕີ ຫງວຽນ ຊວນຟຸກ ໄດ້ມີການພົບປະເຈລະຈາກັບທ່ານ ນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຊາ. ສອງຝ່າຍໄດ້ຢືນຢັນວ່າ ຈະພະຍາຍາມຍົກ ສູງ ມູນຄ່າ ການຄ້າສອງຝ່າຍຂຶ້ນສູ່ລະດັບ 20 ຕື້ໂດລາສະຫະລັດກ່ອນ ປີ 2020; ຊ່ວຍເຫຼືອເຊິ່ງກັນ ແລະ ກັນເພື່ອກາຍເປັນໃຈກາງ ດຶງດູດ ການລົງທຶນ ໃນພາກພື້ນ; ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ ແກ່ສິນຄ້າ ຂອງ ແຕ່ລະປະເທດມີໂອກາດນຳເຂົ້າຕະຫຼາດ ຂອງ ກັນ ແລະ ກັນ; ຊຸກຍູ້ການຮ່ວມມືກ່ຽວກັບເຂົ້າສານ. ທ່ານ ນາຍົກລັດຖະ ມົນຕີ ປຣາຢຸດ ຈັນໂອຊາ ຢືນຢັນວ່າ ຈະສົ່ງເສີມໃຫ້ວິສາຫະກິດ ໄທ ເພີ່ມທະວີການລົງທຶນຢູ່ຫວຽດນາມ ໃນບັນດາຂົງເຂດຄື: ການ ທ່ອງ ທ່ຽວ, ອຸດສາຫະກຳ, ການເງິນ, ທະນາຄານ, ວິທະຍາ ສາດເຕັກ ໂນໂລຊີ, ຜະລິດຕະພັນກະສິກຳ ແລະ ສິນໃນນຳ້.
ສອງຝ່າຍໄດ້ຢືນຢືນເຖິງຄວາມສຳຄັນໃນການຮັກສາສັນຕິພາບ, ສະ ຖຽນລະພາບ, ຄວາມສະຫງົບປອດໄຟ ແລະ ການເດີນເຮືອ ທາງ ທະ ເລຢູ່ທະເລຕາເວັນອອກ; ທຸກຝ່າຍຕ້ອງຮັບປະກັນ ປະຕິບັດຖະ ແຫຼງ ການວ່າດ້ວຍການປະພຶດຕໍ່ຂອງຝ່າຍຕ່າງໆ ຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິພາບ; ກໍ່ສ້າງ, ຮັກສາ ແລະ ຍົກສູງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ; ແກ້ໄຂບັນດາ ຂໍ້ ຂັດແຍ້ງດ້ວຍສັນຕິວິທີ, ເໝາະສົມກັບກົດໝາຍ ສາກົນ, ໃນນັ້ນ ມີ ສົນທິສັນຍາຂອງສະຫະປະຊາຊາດວ່າດ້ວຍກົດໝາຍທາງທະເລ ປິ 1982. ສະໜັບສະໜູນ ອາຊຽນ ແລະ ສປ ຈີນ ບັນລຸໄດ້ປະມວນ ກົດລະບຽບການປະພຶດຕໍ່ຂອງຝ່າຍຕ່າງໆ ຢູ່ທະເລຕາ ເວັນອອກ (COC)ໂດຍໄວ. 
 
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີການພົບປະກັບທ່ານ ພອນເພັດ ວິຈິດຈົນໃຈ, ປະທານສະພານິຕິບັນຍັດແຫ່ງຊາດ ໄທ, ທ່ານ ເປຣມ ຕິນສູລານົນ, ປະທານອົງຄະມົນຕີ ໄທ. ໃນການພົບປະ ສອງຝ່າຍ ໄດ້ມີການແລກປ່ຽນກັນຢ່າງເລິກເຊິ່ງ, ກວ້າງຂວາງ ກ່ຽວກັບບັນດາບັນຫາທີ່ສອງຝ່າຍ, ພາກພື້ນ ແລະ ສາກົນມີຄວາມສົນໃຈ.

ສອງຝ່າຍໄດ້ສະແດງຄວາມຍິນດີຕໍ່ການພັດທະນາໃນຂອບຂອງແຜນການເຄື່ອນໄຫວຜັນຂະຫຍາຍຄູ່ຮ່ວມມືຍຸດທະສາດ ໄທ-ຫວຽດ ນາມ (2014-2018) ແລະ ຕົກລົງຈະເປີດກວ້າງບັນດາຂົງເຂດຮ່ວມ ມືແນໃສ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ສອງປະ ເທດ.
ໃນການພົວພັນຊຸກຍູ້ການລົງທຶນ ຫວຽດນາມ-ໄທ, ທ່ານນາຍົກ ລັດ ຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ປຣາຢຸດ ຈັນໂອຊາ ໄດ້ເປັນສັກຂີພິຍານພິທີລົງນາມ ວ່າດ້ວຍການຮ່ວມ ມືລະ ຫວ່າງສອງປະເທດໃນຫຼາຍຂົງເຂດໃນນັ້ນມີສັນຍາລະຫວ່າງ ລັດ ຖະບານສອງປະເທດວ່າດ້ວຍການຮ່ວມມືດ້ານວິທະຍາສາດ ເຕັກ ໂນໂລຊີ ແລະ ປ່ຽນແປງໃໝ່ການປະດິດສ້າງ; ບັນດາບົດບັນທຶກ ຊ່ວຍຈຳລະຫວ່າງບັນດາກະຊວງ, ຂະແໜງການສອງປະເທດໃນ ບັນ ດາຂົງເຂດເສດຖະກິດ, ການຄ້າ, ໄປສະນີ, ໂທລະຄົມມະນາຄົມ ແລະ ເຕັກໂນໂລຊີ ຂໍ້ມູນຂ່າວສານ, ການຄ້າ ແລະ ບັນດາບົດ ບັນ ທຶກຊ່ວຍຈຳລະຫວ່າງບັນດາທ້ອງຖິ່ນ ແລະ ວິສາຫະກິດສອງ ປະ ເທດອີກດ້ວຍ.

ກ່ຽວກັບເນື້ອໃນສົ່ງເສີມການລົງທຶນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ-ໄທ. ເຂົ້າຮ່ວມຍັງມີທ່ານ ປຣະຈີນ ຈັນຕອງຮອງນາຍົກລັດຖະມົນຕີ ໄທ ແລະ ວິສາຫະກິດ ກວ່າ 500 ແຫ່ງຂອງສອງປະເທດ. ໃນເວທີ ປາ ໄສດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຮອງ ນາຍົກລັດຖະມົນຕີ ໄທ ປຣະຈີນ ຈັນຕອງ ໄດ້ເປັນສັກຂີພິຍານ ພິທີມອບບັນດາເອກະສານ,ຂໍ້ຕົກລົງຮ່ວມມືລະຫວ່າງສອງປະເທດ.
 
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກ ກັບການນຳ ບັນ ດາກຸ່ມບໍລິສັດ, ວິສາຫະກິດແຖວໜ້າຂອງ ໄທ ເພື່ອຮຽກຮ້ອງ ບັນ ດາ ວິສາຫະກິດໄທ ເຂົ້າມາລົງທຶນຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນ ຕີ ຫງວຽນຊວນຟຸກ ຍັງໄດ້ເຂົ້າຮ່ວມພິທີໄຂ ສັບປະດາສິນຄ້າ ຫວຽດ ນາມ ຢູ່ໄທເພື່ອໂຄສະນາບັນດາຜະລິດຕະພັນ ຫວຽດນາມ ຢູ່ ໄທ. ບົນພື້ນຖານສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ໄທ ແລະ ເຂົ້າຮ່ວມການເຄື່ອນໄຫວຕ່າງໆ ຢ່າງມີ ປະສິດທິຜົນ ໃນການຢ້ຽມ ຢາມ ໄທ ຄັ້ງນີ້ ຫວັງວ່າຈະສ້າງໂອກາດລົງທຶນ ໃຫ້ແກ່ວິສາຫະກິດ ໄທ ເຂົ້າສູ່ ຫວຽດນາມ. 
ໃນກອບຂອງການຢ້ຽມຢາມ ໄທ ຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ພັນລະຍາພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ມາໃຕ້ທູບທຽນຢູ່ເຂດອະນຸສອນສະຖານປະທານ  ໂຮ່ຈີມິນ ຢູ່ບ້ານ ໄມ, ແຂວງ ນະຄອນພະນົມ.

ບໍ່ພຽງແຕ່ສະຫຼະເວລາໃນຕ້ອນຮັບປະທານສະມາຄົມມິດຕະພາບ ໄທ-ຫວຽດນາມ ເທົ່ານັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຍັງມີການພົບປະກັບສະມາຄົມຊາວ ຫວຽດນາມທີ່ພວມຮຳ່ ຮຽນ ແລະ ເຮັດວຽກຢູ່ນະຄອນຫຼວງ ບາງກອກ ແລະ ແຂວງ ນະຄອນ ພະນົມ ອີິກດ້ວຍ. 

ນີ້ແມ່ນການຢ້ຽມຢາມລາຊະອານາຈັກ ໄທ ຢ່າງເປັນທາງ ການ ຄັ້ງ ທຳອິດ ຂອງ ທ່ານ ຫງວຽນຊວນຟຸກ ໃນຖານະ ທີ່ເປັນນາຍົກລັດຖະ ມົນຕີ. ຜົນສຳເລັດຂອງການຢ້ຽມຢາມ ຄັ້ງນີ້ ໄດ້ປະກອບສ່ວນຢ່າງ ສຳຄັນເຂົ້າໃນການຍົກສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດ ຫວຽດ ນາມ-ໄທ ຂຶ້ນສູ່ລະດັບສູງໃໝ່, ແທດເໝາະກັບຕົວຈິງ ແລະ ມີປະສິດທິພາບ ກວ່າເກົ່າ. 
ອ່ານບົດຄວາມເປັນພາສາ ຫວຽດນາມ

Nhận xét