ຫວຽດນາມ: 40 ປີ ເຂົ້າເປັນສະມາຊິກ ສະຫະປະຊາຊາດ

ຫວຽດນາມ: 40 ປີ ເຂົ້າເປັນສະມາຊິກ ສະຫະປະຊາຊາດ

ກ່ອນໜ້ານີ້ 40 ປີ, ວັນທີ 20 ກັນຍາ 1977, ຫວຽດນາມ ກາຍ ເປັນສະມາຊິກ ຂອງສະຫະປະຊາຊາດ (ສປຊ) ຢ່າງເປັນ ທາງການ, ເປັນການເປີດສັກກາດໃໝ່ ໃນການຮັບຮອງ ຂອງ ອົງການຈັດຕັ້ງໃຫຍ່ສຸດຂອງໂລກ ແລະ ວົງຄະນາຍາດສາກົນ ມີຕໍ່ ຫວຽດນາມ ທີ່ມີສັນພາບ, ເອກະພາບ, ເອກະລາດ, ເສລີພາບ ແລະ ປະຊາທິປະໄຕ. 
ຕະຫຼອດເວວາທີ່ຜ່ານມາ, ຫວຽດນາມ ແລະ ສປຊ ໄດ້ມີຄວາມພະຍາຍາມໃນການປັບປຸງ, ສ້າງສາສາຍພົວພັນການ ຮ່ວມມືໃຫ້ນັບມື້ນັບດີຂຶ້ນ ກັບບັນດາຜົນງານທີ່ໜ້າປະທັບໃຈ ແລະ ທ່າແຮງບົ່ມຊ້ອນໃນການພັດທະນາ.
 
ຫວຽດນາມ ໄດ້ຮັບການຊ່ວຍເຫຼືອຢ່າງຫຼວງຫຼາຍ ຈາກບັນດາ ອົງການຈັດຕັ້ງຂອງ ສປຊ, ພ້ອມດຽວກັນ ກໍ່ໄດ້ສະແດງ ໃຫ້ ເຫັນຄວາມຂະຫຍັນຂັນແຂງ, ເປັນເຈົ້າການ ແລະ ມີຄວາມ ຮັບຜິດຊອບໃນນາມເປັນສະມາຊິກຂອງ ສປຊ.
 
ໃນໄລຍະພາຍຫຼັງການປົດປ່ອຍພາກໃຕ້, ລວມປະເທດຊາດ ເປັນເອກະພາບ, ຫວຽດນາມ ທັງຕ້ອງແກ້ໄຂຜົນຢ້ອນຫຼັງທີ່ ໜັກໜ່ວງຂອງສົງຄາມ, ທັງຕ້ອງຈັດຕັ້ງຄືນໃໝ່ພື້ນຖານເສດຖະກິດທີ່ທຸກຈົນ, ຫຼ້າຫຼັງ, ແຕ່ລະກ້າວຟື້ນຟູການຜະລິດ.

ເຂົ້າເປັນສະມາຊິກຂອງ ສປຊ ແມ່ນເຫດການໜຶ່ງທີ່ສຳຄັນ, ຊ່ວຍໃຫ້ ຫວຽດນາມ ສ້າງຕັ້ງຖານະບົດບາດຂອງຕົນບົນເວ ທີສາກົນ, ປະກອບສ່ວນ ໃນການປົກປັກຮັກສາສັນຕິພາບ, ຄວາມກ້າວໜ້າ ແລະ ການພັດທະນາໃນທົ່ວໂລກ, ພ້ອມ ດຽວກັນກໍ່ຍາດແຍ່ງເອົາການຊ່ວຍເຫຼືອທາງດ້ານວັດຖຸ ແລະ ຈິດໃຈຈາກເພື່ອນມິດສາກົນ ໃນການສ້າງສາປະເທດຊາດ ຈາກຜົນຮ້າຍຂອງສົງຄາມກໍ່ຄືໃນຍຸກຖືກປິດລ້ອມ, ຂວ້ຳ ບາດ.
ໃນຂະບວນການປ່ຽນແປງໃໝ່, ຍູ້ແຮງການຫັນເປັນ ອຸດສາຫະກຳ ຫັນເປັນທັນສະໄໝ ແລະ ເຊື່ອມໂຍງສາກົນ, ສປຊ ສືບຕໍ່ຊ່ວຍເຫຼືອຫວຽດນາມ ຢ່າງຕັ້ງໜ້າດ້ວຍແຫຼ່ງທຶນ ຫຼາຍ ຮ້ອຍລ້ານໂດລາສະຫະລັດຕໍ່ປີ.  

ນີ້ແມ່ນໜຶ່ງໃນບັນດາແຫຼ່ງກຳລັງສຳຄັນທີ່ຊ່ວຍເຫຼືອ ຫວຽດ ນາມ ປະຕິບັດສຳເລັດ ບັນດາເປົ້າໝາຍ ພັດທະນາເສດຖະ ກິດ-ສັງຄົມ ແລະ ປະກອບສ່ວນເຮັດໃຫ້ ຫວຽດນາມ ກາຍ ເປັນໜຶ່ງໃນຈຳນວນປະເທດສຳເລັດບັນດາ ເປົ້າໝາຍພັດທະ ນາສະຫັດສະວັດຂອງ ສປຊ.

ຕະຫຼອດທົດສະວັດ 1980 ຈົນເຖິງກາງທົດສະວັດ 1990, ບັນ ດາການເຄື່ອນໄຫວຂອງ ຫວຽດນາມ ທີ່ ສປຊ ສ່ວນຫຼາຍ ສຸມ ໃສ່ເຂົ້າໃນການຕໍ່ສູ້ ເພື່ອຍົກເລີກການປິດລ້ອມ ແລະ ຂວຳ້ ບາດ.

ໃນໄລຍະນີ້, ຫວຽດນາມ ເລີ່ມຜັນຂະຫຍາຍຢ່າງແຂງແຮງນະໂຍບາຍການຕ່າງປະເທດແບບຫຼາຍຝ່າຍ, ຫຼາຍຮູບແບບ, ເປັນເຈົ້າຕົນເອງ, ເຊ່ືອມໂຍງເຂົ້າກັບພາກພື້ນ ແລະ ສາກົນ ເທື່ອລະກ້າວ.

ໄລຍະ 1997-2000, ສປຊ ໃຫ້ບຸລິມະສິດ ໃນການຊ່ວຍ ເຫຼືອເພື່ອລົບລ້າງຄວາມທຸກຍາກ, ປະຕິບັດ ບັນດານະໂຍ ບາຍດ້ານສັງຄົມ; ປັບປຸງ ແລະ ຄຸ້ມຄອງການພັດທະນາ; ຄຸ້ມ ຄອງສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ; ຄຸ້ມ ຄອງລັດ ແລະ ລະດົມແຫຼ່ງກຳລັງ.

ໄລຍະ 2001-2005, ສປຊ ໄດ້ຫັນທິດໃນການຊ່ວຍເຫຼືອ ດ້ານເຕັກໂນໂລຢີສູ່ການຊ່ວຍເຫຼືອດັດແປງກ່ຽວກັບນະໂຍ ບາຍ ແລະ ບັນຍັດເສດຖະກິດ, ວິສາຫະກິດແຫ່ງລັດ, ການ ບໍລິຫານ, ກົດໝາຍ, ສ້າງແຜນການລົງທຶນ, ພັດທະນາລະ ບົບທະນາຄານ, ເປີດກວ້າງອອກໄປສູ່ບັນດາຂົງເຂດຕ່າງໆ ຄື: ກັນຕ້ານ HIV/AIDS ແລະ ບັນດາພະຍາດທີ່ອັນຕະລາຍ; ຊ່ວຍເຫຼືອປະຕິບັດກົດລະບຽບປະຊາທິປະໄຕຢູ່ ຂັ້ນຮາກ ຖານ, ປະຕິບັດສິດ ສະເໝີພາບລະຫວ່າງຍິງ-ຊາຍ...

ນັບແຕ່ປີ 2007-2011, ເພີ່ມທະວີປະຕິບັດນະໂຍບາຍການ ຕ່າງປະເທດແບບຫຼາຍຝ່າຍ, ການພົວພັນສາກົນແບບຫຼາຍ ສີສັນ, ຫວຽດນາມ ໄດ້ນຳໃຊ້ເວທີ ສປຊ ເພື່ອເພີ່ມທະວີ ການພົວພັນກັບບັນດາອົງການໃນລະບົບ ສປຊ, ເປີດກວ້າງ ການພົວພັນແບບສອງຝ່າຍ, ຫຼາຍຝ່າຍກັບບັນດາປະເທດ ແລະ ອົງການຈັດຕັ້ງ ສາກົນ.

ຫວຽດນາມ ໄດ້ເປັນເຈົ້າການ ແລະ ສົມທົບຢ່າງຕັ້ງໜ້າກັບ ບັນດາປະເທດບໍ່ຮ່ວມກັນ ແລະ ພວມພັດທະນາ ເພື່ອຕໍ່ສູ້ ແລະປົກປັກຮັກສາບັນດາຫຼັກການພື້ນຖານຂອງກົດບັດສະຫະປະຊາຊາດ, ພ້ອມດຽວກັນ ກໍຮັກສາຜົນປະໂຫຍດ ຂອງປະ ເທດກຳລັງພັດທະນາ.

ຫວຽດນາມ ໄດ້ກາຍເປັນສະມາຊິກສົມບູນ ຂອງ ສົນທິສັນຍາ ຫ້າມ ເກືອດຫ້າມການນຳໃຊ້ອາວຸດເຄມີ ຢ່າງເປັນທາງການ ເມື່ອປີ 1998; ເປັນໜຶ່ງໃນປະເທດທຳອິດ ໄດ້ເຊັນສົນທິສັນ ຍາຫ້າມທົດລອງໃຊ້ອາວຸດ ນິວເຄຼຍ ຢ່າງຮອບດ້ານ ເມື່ອປີ 1996; ເປັນສະມາຊິກຂອງກອງປະຊຸມລົບລ້າງກຳລັງອາວຸດ ເມື່ອປີ 1996...

ເດືອນ ມິຖຸນາ 2014, ເທື່ອທຳອິດ ຫວຽດນາມ ໄດ້ສົ່ງກອງກຳ ລັງ ໄປເຂົ້າຮ່ວມການເຄື່ອນໄຫວປົກ ປັກຮັກສາສັນຕິພາບຂອງ ສປຊ. ໃນຂອບຄວາມຄິດເຫັນທ່ີເປັນເອກະພາບໃນ ການເຄື່ອນໄຫວ- ໜຶ່ງ ສປຊ, ລັດຖະບານ ຫວຽດນາມ ແລະ ສປຊ ໄດ້ມີການສົມທົບຜັນຂະຫຍາຍແຜນການຮ່ວມ ຂອງ ສປຊ ໄລຍະ 2012-2016 ຢ່າງຕັ້ງໜ້າ.

ຫວຽດນາມ ເປັນໜຶ່ງໃນ 8 ປະເທດໄດ້ທົດລອງໃຊ້ຫົວຄິດປະ ດິດສ້າງເຄື່ອນໄຫວລວມເປັນເອກະພາບ ໃນໂລກ ແລະ ຫົວ ຄິດປະດິດສ້າງນີ້ ປະກອບສ່ວນຍົກສູງຜົນການເຄື່ອນໄຫວ, ເພີ່ມທະວີຄວາມສະໜິດຕິດພັນຂອງບັນດາອົງການ ສປຊ ຢູ່ ຫວຽດນາມ.

ດ້ວຍຄວາມມານະພະຍາຍາມ ແລະ ການປະກອບສ່ວນ ຢ່າງ ມີປະສິດທິຜົນເຂົ້າໃນການເຄື່ອນໄຫວ ແລະ ວິວັດແຫ່ງການ ພັດທະນາຂອງ ສປຊ, ຫວຽດນາມ ໄດ້ປະຊາຄົມສາກົນໃຫ້ ຄວາມໄວ້ວາງໃຈ, ຕີລາຄາສູງ, ສິ່ງດັ່ງກ່າວ ໄດ້ສະແດງອອກ ມາຢ່າງຈະແຈ້ງເມື່ອ ຫວຽດນາມ ຖືກເລືອກເຂົ້າໃນບັນດາອົງ ການຂອງ ສປຊ ດ້ວຍຈຳນວນບັດສະໜັບສະໜູນສູງ, ພິເສດ ແມ່ນສະພາຄວາມໝັ້ນຄົງຂອງ ສປຊ (ອາຍຸ ການ 2008-2009), ສະພາເສດຖະກິດ-ສັງຄົມ ຖືກເລືອກ 2 ສະໄໝ (ອາຍຸການ 1998-2000 ແລະ 2016-2018), ສະພາສິດທິ ມະນຸດ (ອາຍຸການ 2014-2016), ສະພາປະຕິບັດງານ ຢູ ແນັສໂກ (ອາຍຸການ 2015-2019), ຄະນະກຳມະການກົດ ໝາຍສາກົນ (ອາຍຸການ 2017-2021). 
ໂຄງການຮ່ວມມືແຕ່ປີ 2017-2021 ລະຫວ່າງ ຫວຽດນາມ ແລະ ສປຊ ໃນຂອບຂອງຫົວຄິດປະດິດສ້າງໜຶ່ງ ສປຊ, ຊຶ່ງ ສອງຝ່າຍລົງນາມ ເມື່ອເດືອນ ກໍລະກົດ ຜ່ານມາ, ສຸມໃສ່ ໃນ 4 ຂົງເຂດບຸລິມະສິດຄື: ລົງທຶນເຂົ້າພັດທະນາຊັບພະຍາກອນ ມະນຸດ; ປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ ແລະ ພັດທະນາສິ່ງແວດລ້ອມແບບຍືນຍົງ; ຊຸກຍູ້ຄວາມວັດ ທະນາຖາວອນ ແລະ ການພົວພັນຄູ່ຮ່ວມມື; ເພີ່ມທະວີຄວາມ ຍຸຕິທຳ, ສັນຕິພາບ ແລະ ຄຸ້ມຄອງ ຢ່າງຮອບດ້ານ. ນີ້ແມ່ນ ພື້ນຖານທີ່ສຳຄັນ ເພື່ອຜັນຂະຫຍາຍ ບັນດາການເຄື່ອນໄຫວ ຮ່ວມມືຕົວຈິງ ລະຫວ່າງ ຫວຽດນາມ ແລະ ສປຊ ໃນຊຸມ ປີ ທີ່ຈະມາເຖິງ.

ເປັນສະມາຊິກທີ່ມີຄວາມຮັບຜິດຊອບ ແລະ ຕັ້ງໜ້າໃນບັນດາ ການເຄື່ອນໄຫວຂອງ ສປຊ, ນະໂຍບາຍຂອງ ຫວຽດ ນາມ ແມ່ນສົມທົບກັບບັນດາປະເທດສະມາຊິກ ຍົກສູງຫຼັກ ການພື້ນຖານຂອງກົດບັດ ສປຊ ແລະ ກົດໝາຍສາກົນ, ຊຸກ ຍູ້ການພົວພັນສາກົນແບບສະເໝີພາບ, ມິດຕະພາບ ແລະ ການຮ່ວມມືລະຫວ່າງບັນດາປະຊາຊາດ, ຮັບປະກັນຜົນປະ ໂຫຍດທີ່ສົມເຫດສົມຜົນຂອງທຸກປະເທດ, ເປັນຕົ້ນແມ່ນບັນ ດາປະເທດພວມພັດທະນາ.

ເພີ່ມທະວີການເຂົ້າຮ່ວມໃນລະດັບສູງກວ່າ ການເຄື່ອນໄຫວ ປົກປັກຮັກສາສັນຕິພາບຂອງ ສປຊ, ພະຍາຍາມປະຕິບັດສຳ ເລັດ ລະບຽບວາລະປະຊຸມ 2030, ບັນດາເປົ້າໝາຍພັດທະ ນາແບບຍືນຍົງ ແລະ ຂໍ້ຕົກລົງ ປາຣີ ວ່າດ້ວຍການປ່ຽນແປງ ຂອງ ດິນຟ້າອາກາດ; ສະໜັບສະໜູນຄວາມພະຍາຍາມ ປັບ ປຸງ ສປຊ ຕາມທິດຍົກສູງປະສິດທິຜົນ, ຈະແຈ້ງ ແລະ ຫັນ ເປັນປະຊາທິປະໄຕໃນທຸກໆ ການເຄື່ອນໄຫວ; ສຸມໃສ່ສຳ ເລັດເປັນຢ່າງດີບົດບາດທີ່ເປັນ ສະມາຊິກ ໃນບັນດາກົນໄກ ຂອງ ສປຊ ແລະ ນຳໜ້າດ້ານຫົວຄິດປະດິດສ້າງໃນຂົງເຂດ ບຸລິມະສິດ.  

ຖືການພົວພັນຮ່ວມມືກັບ ສປຊ ເປັນໜຶ່ງໃນບັນດາບຸລິມະສິດ ແຖວໜ້າຂອງ ນະໂຍບາຍພົວພັນການຕ່າງປະເທດ, ຫວຽດ ນາມ ພ້ອມແລ້ວທີ່ຈະສົມທົບຢ່າງຕັ້ງໜ້າກັບບັນດາປະເທດ ສະມາຊິກ ສປຊ ແລະ ບັນດາຄູ່ຮ່ວມມືຂອງ ສປຊ, ເສິີມຂະ ຫຍາຍຫຼາຍກວ່າເກົ່າບົດບາດຂອງອົງການຫຼາຍຝ່າຍ ທີ່ມີ ຂະໜາດໃຫຍ່ທີ່ສຸດໃນໂລກ, ປະກອບສ່ວນເຂົ້າໃນ ພາລະ ກິດປົກປັກຮັກສາສັນຕິພາບ, ເອກະລາດແຫ່ງຊາດ, ປະຊາ ທິປະໄຕ ແລະ ກ້າວໜ້າທາງສັງຄົມໃນທົ່ວໂລກ.





Nhận xét